ໂຄງການຄັດເລືອກ ແລະ ສະຫນັບສະຫນູນ SME ແລະ Startup ເຂົ້າຮ່ວມງານສະແດງ Lao Digital Week ປະຈໍາປີ 2026

ໂຄງການຄັດເລືອກ ແລະ ອຸດໜູນຄ່າບູດ 100% ສຳລັບ SME ແລະ Startup ຈຳນວນ 20 ຫົວໜ່ວຍ ເພື່ອເຂົ້າຮ່ວມວາງສະແດງຜົນງານ, ທົດລອງຕະຫຼາດ ແລະ ພົບປະນັກລົງທຶນໃນງານ Lao Digital Week 2026.

ຄ່າທຳນຽມ
ຟຣີ
ເລີ່ມ
September 24, 2026 – October 9, 2026
ສະຖານທີ່
ສູນວາງສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ)
ນະຄອນຫຼວງວຽງຈັນ

ທ່ານຈະໄດ້ຮັບບັດຂອງທ່ານທັນທີ — ຜູ້ຈັດຈະກວດສອບການລົງທະບຽນພາຍຫຼັງ.

ໂຄງການຄັດເລືອກ ແລະ ສະຫນັບສະຫນູນ SME ແລະ Startup ເຂົ້າຮ່ວມງານສະແດງ Lao Digital Week ປະຈຳປີ 2026

ໂຄງການນີ້ຈັດຕັ້ງຂຶ້ນໂດຍ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອສ້າງຂະບວນການສົ່ງເສີມ ແລະ ສະໜັບສະໜູນ SME ແລະ Startup ຂອງລາວທີ່ມີຜະລິດຕະພັນ, ບໍລິການ ຫຼື ນະວັດຕະກຳດີຈີຕອນທີ່ມີທ່າແຮງ. ຜູ້ຜ່ານການຄັດເລືອກຈະໄດ້ຮັບສິດເຂົ້າຮ່ວມພື້ນທີ່ວາງສະແດງທີ່ໂຄງການອຸດໜູນ ເພື່ອນຳສະເໜີຜົນງານ, ທົດລອງຕະຫຼາດ, ພົບປະລູກຄ້າ, ຄູ່ຮ່ວມງານ ແລະ ນັກລົງທຶນ.

ເປົ້າໝາຍ ແລະ ສິດທິປະໂຫຍດທີ່ລະໄດ້ຮັບ

  • ຄັດເລືອກຜູ້ປະກອບການທັງໝົດ 20 ຫົວໜ່ວຍ (SME 10 ຫົວໜ່ວຍ ແລະ Startup 10 ຫົວໜ່ວຍ).

  • ໄດ້ຮັບການອຸດໜູນຄ່າບູດມາດຕະຖານ 1 ບູດ (ມູນຄ່າສູງສຸດ 5,000,000 ກີບ/ບູດ).

  • ໄດ້ຮັບປ້າຍຊື່ຫົວໜ່ວຍ ແລະ ອຸປະກອນພື້ນຖານປະຈຳບູດ.

  • ໄດ້ຮັບການປະຊາສຳພັນຜ່ານຊ່ອງທາງຂອງງານ ແລະ ໂອກາດເຂົ້າຮ່ວມກິດຈະກຳຈັບຄູ່ທຸລະກິດ (B2B/B2C).

ຄຸນສົມບັດຜູ້ສະໝັກ

  1. ເປັນ SME ທີ່ຈົດທະບຽນຢູ່ ສປປ ລາວ ຫຼື ເປັນ Startup/ທີມພັດທະນາ ທີ່ມີໜ່ວຍງານບົ່ມເພາະ, ສະຖາບັນການສຶກສາ, ສະມາຄົມ ຫຼື ພາກລັດຮັບຮອງ.

  2. ຜູ້ກໍ່ຕັ້ງ/ເຈົ້າຂອງຫຼັກເປັນຄົນລາວ ແລະ ກິດຈະການບໍ່ຂັດກັບກົດໝາຍ.

  3. ມີຜະລິດຕະພັນ, ຕົວຢ່າງທົດລອງ, ບໍລິການ ຫຼື ຜົນງານທີ່ສາມາດນຳສະເໜີ/ສາທິດໃນງານໄດ້.

  4. ມີທີມງານປະຈຳບູດຕະຫຼອດວັນທີ 21-25 ຕຸລາ 2026 ແລະ ພ້ອມເຂົ້າຮ່ວມການປະຖົມນິເທດ.

ເອກະສານປະກອບການສະໝັກ

  1. ແບບຟອມສະໝັກທີ່ຕື່ມຂໍ້ມູນຄົບຖ້ວນ.

  2. ສຳເນົາໃບທະບຽນວິສາຫະກິດ/ໃບອະນຸຍາດ ຫຼື ໜັງສືຮັບຮອງສະຖານະ Startup.

  3. ຂໍ້ມູນ ແລະ ແຜນການເຂົ້າຮ່ວມໂຄງການປະກອບມີ:

  • ປະຫວັດຫົວໜ່ວຍ ແລະ ທີມງານໂດຍຫຍໍ້.

  • ລາຍລະອຽດຜະລິດຕະພັນ/ບໍລິການ, ຮູບພາບ, ລິ້ງສາທິດ ຫຼື ຫຼັກຖານການນຳໃຊ້.

  • ແຜນນຳສະເໜີໃນບູດ 1 ໜ້າ (ເປົ້າໝາຍ, ກິດຈະກຳ, ທີມງານ ແລະ ຜົນທີ່ຄາດຫວັງ).

  • ຫຼັກຖານຜົນງານ/ການເຕີບໂຕ (ຖ້າມີ).

ກຳນົດເວລາຂອງໂຄງການ

  • ໄລຍະເປີດຮັບສະໝັກ: 24 ກັນຍາ 2026 – 09 ຕຸລາ 2026

  • ກວດສອບເອກະສານ & ປະເມີນ Pitching: 10 ຕຸລາ 2026 – 13 ຕຸລາ2026

  • ປະກາດຜົນ: 14 ຕຸລາ 2026

  • ຢືນຢັນສິດ & ປະຖົມນິເທດ: 15 – 19 ຕຸລາ 2026

  • ວັນທີຈັດງານວາງສະແດງ: 21 – 25 ຕຸລາ 2026

  • ສະຫຼຸບລາຍງານຜົນການເຂົ້າຮ່ວມ: 26 ຕຸລະ 2026 - 15 ພະຈິກ 2026