ຈຸດແສງ ແບ່ງສຸກ (Share The Light)

ຈຸດແສງ ແບ່ງສຸກ (Share The Light)

ໂຄງການ “ຈຸດແສງ ແບ່ງສຸກ” ມອບແສງສະຫວ່າງ, ໂຄມໄຟໂຊລາເຊວ ແລະ ອຸປະກອນການຮຽນ ສູ່ໂຮງຮຽນ ແລະ ເດັກນ້ອຍໃນເຂດຫ່າງໄກ.

ຄ່າທຳນຽມ
ຟຣີ
ເລີ່ມ
November 27, 2026 – November 28, 2026
ສະຖານທີ່
ອອນລາຍ
ນະຄອນຫຼວງວຽງຈັນ, ສປປ ລາວ

ທ່ານຈະໄດ້ຮັບບັດຂອງທ່ານທັນທີ — ຜູ້ຈັດຈະກວດສອບການລົງທະບຽນພາຍຫຼັງ.

ໂຄງການ “ຈຸດແສງ ແບ່ງສຸກ” ເປັນກິດຈະກຳ/ທຣິບ ທີ່ຈັດຂຶ້ນເພື່ອມອບແສງສະຫວ່າງ, ຮອຍຍິ້ມ ແລະ ໂອກາດສູ່ເດັກນ້ອຍ ແລະ ຊຸມຊົນໃນເຂດຫ່າງໄກສອກຫຼີກ ຜ່ານການລະດົມທຶນ, ມອບອຸປະກອນ ແລະ ລົງພື້ນທີ່ຕົວຈິງ.

ເປົ້າໝາຍການຊ່ວຍເຫຼືອ:

  • ໂຄມໄຟ SOLARO Home: 400 ດອກ

  • ທຶນສົມທົບກອງທຶນບໍລິຈາກ: 30,000,000 ກີບ (ຍອດຊ່ວຍເຫຼືອລວມຜ່ານມາສູງເຖິງ 186,000,000 ກີບ)

ວິທີການຮ່ວມປະກອບສ່ວນ (ເປີດຮັບນ້ຳໃຈຈາກ: ບຸກຄົນ, ຄອບຄົວ ແລະ ອົງກອນ):

  1. ຮ່ວມບໍລິຈາກທຶນຊັບ ເພື່ອສົມທົບທຶນຊ່ວຍເຫຼືອ

  2. ຮ່ວມບໍລິຈາກໂຄມໄຟໂຊລາເຊວ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນທີ່ຂາດເຂີນ

  3. ຮ່ວມເປັນອາສາສະໝັກລົງພື້ນທີ່ ເພື່ອມອບຂອງ ແລະ ສ້າງສັນກິດຈະກຳຮ່ວມກັນໃນວັນທີ 27–28 ພະຈິກ 2026

ຮູບພາບ