3. ລົງທະບຽນເປັນຜູ້ສະໜັບສະໜຸນ · ເຕະບານມິດຕະພາບ ສິດເກົ່າ ມ.ຊົນເຜົ່າກວາງຊີ
ເປີດຮັບ

3. ລົງທະບຽນເປັນຜູ້ສະໜັບສະໜຸນ · ເຕະບານມິດຕະພາບ ສິດເກົ່າ ມ.ຊົນເຜົ່າກວາງຊີ

ຜູ້ສະໜັບສະໜູນ · ແພັກເກດ 2 / 4 / 6 ລ້ານກີບ

ຮ່ວມສະໜັບສະໜູນງານເຕະບານມິດຕະພາບ ສິດເກົ່າ ມ.ຊົນເຜົ່າກວາງຊີ: ແພັກເກດ 2, 4 ແລະ 6 ລ້ານກີບ. ສົ່ງໂລໂກ້ສຳລັບສື່ສິ່ງພິມບໍ່ເກີນ 20 ພະຈິກ 2026, ຫຼັງຈາກນັ້ນໄດ້ແຕ່ຊ່ອງທາງອອນລາຍ. ລົງທະບຽນໄດ້ຮອດ 30 ພະຈິກ 2026.

11 ທັນວາ 2026 · 16:00 – 20:00

ວັນທີ ແລະ ເວລາ

11 ທັນວາ 2026 · 16:00 – 20:00

ຄ່າທຳນຽມ
ເລີ່ມຕົ້ນ LAK 2,000,000
ສະຖານທີ່
ເດີ່ນທະນົງອາດ ເບິ່ງແຜນທີ່

ກ່ຽວກັບງານ

ງານແຂ່ງຂັນເຕະບານມິດຕະພາບຂອງສິດເກົ່ານັກສຶກສາລາວ ທີ່ເຄີຍຮຽນຢູ່ມະຫາວິທະຍາໄລຊົນເຜົ່າກວາງຊີ (Guangxi Minzu University · 广西民族大学) ຈັດຂຶ້ນທຸກໆ 4 ປີ. ລົງເຕະນຳກັນ, ແລ້ວກິນເຂົ້າແລງສັງສັນຫຼັງການແຂ່ງຂັນ. ພາຄອບຄົວ ແລະ ໝູ່ເພື່ອນມາເຊຍນຳກັນໄດ້.

ວັນທີ: ວັນສຸກ 11 ທັນວາ 2026
ສະຖານທີ່: ເດີ່ນທະນົງອາດ
ເວລາ: 16:00–20:00

ວາລະງານ

ລຳດັບ

ກິດຈະກຳ

ໝາຍເຫດ

1

ລົງທະບຽນ ແລະ ຮັບເສື້ອນັກກິລາ

ເວລາຈະແຈ້ງຕື່ມ

2

ພິທີເປີດ ແລະ ຖ່າຍຮູບໝູ່

3

ການແຂ່ງຂັນເຕະບານມິດຕະພາບ

ຮູບແບບການແຂ່ງຂັນຈະແຈ້ງຕື່ມ

4

ກິນເຂົ້າແລງສັງສັນ

ສະຖານທີ່ຈະແຈ້ງຕື່ມ

ປະເພດການລົງທະບຽນ

ປະເພດ

ລາຄາ

ສິ່ງທີ່ໄດ້ຮັບ

ປິດຮັບ

1. ຜູ້ເຂົ້າຮ່ວມຊົມ

128,000 ກີບ / ຄົນ

ເຂົ້າຊົມ ແລະ ເຊຍການແຂ່ງຂັນ

30 ພະຈິກ 2026

2. ນັກກິລາ

198,000 ກີບ / ຄົນ

ລົງແຂ່ງຂັນເຕະບານ, ເສື້ອກິລາ 1 ໂຕ

30 ພະຈິກ 2026

3. ຜູ້ສະໜັບສະໜູນ

2 – 6 ລ້ານກີບ

ເບິ່ງແພັກເກດສະປອນເຊີດ້ານລຸ່ມ

30 ພະຈິກ 2026

ນັກກິລາເລືອກໄຊ້ເສື້ອ (S, M, L, XL, 2XL, 3XL) ຕອນລົງທະບຽນ.

ແພັກເກດຜູ້ສະໜັບສະໜູນ

ແພັກເກດ

ສິດປະໂຫຍດ

6,000,000 ກີບ

ໂຄສະນາລົງເພຈ Facebook ແລະ TikTok · ລິ້ງເວັບໄຊ · ພາທີມງານເຂົ້າຮ່ວມ ແລະ ວາງສະແດງ ພື້ນທີ່ 2×2 ແມັດ (ເອົາໂຕ໊ະ ແລະ ອຸປະກອນມາເອງ) · ເອັກສະແຕນ 2 ອັນ · ໂລໂກ້ເທິງເສື້ອກິລາ

4,000,000 ກີບ

ໂຄສະນາລົງເພຈ Facebook ແລະ TikTok · ຂາເອັກສະແຕນ · ລິ້ງເວັບໄຊ · ໂລໂກ້ເທິງເສື້ອກິລາ

2,000,000 ກີບ

ໂຄສະນາລົງເພຈ Facebook ແລະ TikTok · ຂາເອັກສະແຕນ 1 ອັນ · ໂລໂກ້ເທິງເສື້ອກິລາ

ກຳນົດສົ່ງສື່ສິ່ງພິມ: ໂລໂກ້ ແລະ ໄຟລ໌ໂຄສະນາສຳລັບສື່ສິ່ງພິມ (ເສື້ອກິລາ, ເອັກສະແຕນ) ຕ້ອງສົ່ງໃຫ້ທີມງານ ບໍ່ເກີນວັນທີ 20 ພະຈິກ 2026. ຖ້າສົ່ງຫຼັງວັນທີນີ້ ຈະໄດ້ຮັບແຕ່ການໂຄສະນາທາງອອນລາຍ (Facebook, TikTok ແລະ ລິ້ງເວັບໄຊ).

ສິດປະໂຫຍດດ້ານປະຊາສຳພັນ ສຳລັບຜູ້ສະໜັບສະໜູນທຸກລະດັບ

ນອກຈາກສິດປະໂຫຍດຕາມແພັກເກດ ລະດັບ 1 / ລະດັບ 2 / ລະດັບ 3 ຂ້າງເທິງ, ຜູ້ສະໜັບສະໜູນທຸກລະດັບຈະໄດ້ຮັບການໂຄສະນາ ແລະ ປະຊາສຳພັນ ຜ່ານ 2 ຊ່ອງທາງຫຼັກ ດັ່ງນີ້:

ຊ່ອງທາງ

ສິດປະໂຫຍດ

WeChat 「相思湖-占芭花」
广西民族大学老挝校友会微信公众号

ໂຄສະນາ ແລະ ປະຊາສຳພັນ ຜູ້ສະໜັບສະໜູນ ຜ່ານຊ່ອງທາງ WeChat ທາງການ ຂອງສະມາຄົມສິດເກົ່າລາວ ມ.ຊົນເຜົ່າກວາງຊີ

ເພຈ Facebook + TikTok
Laosway Events

ກ່ອນງານ: ຂ່າວເຜີຍແຜ່ ແລະ ເຊີນຊວນການເຂົ້າຮ່ວມງານ
ຫຼັງງານ: ບົດຄວາມສະຫຼຸບຜົນການຈັດງານ ແລະ ຂອບໃຈຜູ້ສະໜັບສະໜູນ

ກະລຸນາໃສ່ຊື່ເພຈ, ເວັບໄຊ ຫຼື ລິ້ງຊ່ອງທາງປະຊາສຳພັນຂອງທ່ານ ໃນຟອມລົງທະບຽນ ເພື່ອໃຊ້ໃນການໂຄສະນາ ແລະ ປະຊາສຳພັນ.

ໂປສເຕີຮັບສະໝັກຜູ້ສະໜັບສະໜູນ (ພາສາລາວ / 中文)

ຮູບແບບການແຂ່ງຂັນ ແລະ ສະຖານທີ່ກິນເຂົ້າ ຈະອັບເດດເພີ່ມໃນໜ້ານີ້.

ສະຖານທີ່ຈັດງານ

ເດີ່ນທະນົງອາດ

ເດີ່ນທະນົງອາດ

ຄ່າທຳນຽມ ເລີ່ມຕົ້ນ LAK 2,000,000

ລົງທະບຽນເຂົ້າຮ່ວມງານ