ຮັບສະໝັກ Freelance / Part-time ທີມການຕະຫຼາດ ຕະຫຼາດສີຂຽວ ບຶງທາດຫຼວງ
ຕະຫຼາດສີຂຽວ ບຶງທາດຫຼວງ ເປັນຕະຫຼາດສົດໃນເຂດເສດຖະກິດພິເສດ ເນັ້ນຜັກປອດສານພິດ ແລະ ກະສິກຳສະອາດ ສຳລັບຊື້ກັບບ້ານ. ເປີດໃຫ້ຜູ້ຂາຍຈອງພື້ນທີ່ບູທ ແລະ ຊຳລະລາຍເດືອນຜ່ານລະບົບ Laosway Events. ທີມງານພິມ ແລະ ທີມປ້າຍມີແລ້ວ, ຕອນນີ້ກຳລັງຊອກທີມການຕະຫຼາດ ແລະ ອອກແບບ 2 ຕຳແໜ່ງ.
ຮູບແບບການເຮັດວຽກ
Freelance ຫຼື Part-time ຈ່າຍຄ່າຕອບແທນເປັນລາຍເດືອນ
ເນັ້ນສົ່ງຜົນງານ ຕາມທີ່ຕົກລົງ ບໍ່ຈຳເປັນຕ້ອງປະຈຳການຢູ່ຫ້ອງການ
ສະຖານທີ່ຖ່າຍຄອນເທັນ: ຕະຫຼາດສີຂຽວ ບຶງທາດຫຼວງ, ນະຄອນຫຼວງວຽງຈັນ
ຕຳແໜ່ງທີ່ເປີດຮັບ
ຕຳແໜ່ງ | ໜ້າວຽກ | ຜົນງານ/ເດືອນ | ຄ່າຕອບແທນ |
|---|---|---|---|
1. ແອັດມິນເພຈ ແລະ ຍິງໂຄສະນາ | ດູແລເພຈຕະຫຼາດ: ໂພສຕາມແຜນ, ຕອບແຊັດ, ຕອບຜູ້ສົນໃຈຈອງບູທ. ຍິງໂຄສະນາຫາກຸ່ມເປົ້າໝາຍ ເພື່ອດຶງດູດຜູ້ຂາຍ ແລະ ຄົນທີ່ສົນໃຈ ເຂົ້າມາຈອງພື້ນທີ່ຂາຍສິນຄ້າ. | ໂພສຕາມແຜນ ແລະ ລາຍງານຜົນປະຈຳເດືອນ | 3,000,000 ກີບ/ເດືອນ ງົບໂຄສະນາແຍກຕ່າງຫາກ |
2. ຄອນເທັນ, ກຣາຟິກ ແລະ ຕັດຕໍ່ | ຄິດຄອນເທັນ ແລະ ລົງພື້ນທີ່ບຶງທາດຫຼວງໄປຖ່າຍ ແລ້ວນຳມາຕັດຕໍ່ເປັນວິດີໂອ. ອອກແບບກຣາຟິກສຳລັບໂພສ (ຈາກວິດີໂອ/ຮູບທີ່ຖ່າຍມາ) ແລະ ກຣາຟິກສຳລັບສັ່ງເຮັດປ້າຍຕ່າງໆ ສົ່ງໃຫ້ທີມພິມຂອງຕະຫຼາດ. | 4 ວິດີໂອ + 8 ກຣາຟິກ | 4,000,000 ກີບ/ເດືອນ |
ວິທີສະໝັກ ແລະ ຄັດເລືອກ
ກົດ ລົງທະບຽນ, ເລືອກຕຳແໜ່ງທີ່ຕ້ອງການ ແລະ ແນບລິ້ງຜົນງານ/ພອດໂຟລິໂອ
ຜູ້ຜ່ານເບື້ອງຕົ້ນ ນຳສະເໜີແນວທາງການເຮັດວຽກ. ຕຳແໜ່ງຄອນເທັນ ຈະລົງພື້ນທີ່ບຶງທາດຫຼວງ ເພື່ອເຮັດຄອນເທັນຕົວຢ່າງ
ເຈົ້າຂອງຕະຫຼາດເປັນຜູ້ຄັດເລືອກວ່າຈະຈ້າງໃຜ
ປິດຮັບສະໝັກ: 30/11/2026
ສອບຖາມ: sinuan silivanghan, +856 20 99 569 292