ໂຄງການ “ຈຸດແສງ ແບ່ງສຸກ” ເປັນກິດຈະກຳ/ທຣິບ ທີ່ຈັດຂຶ້ນເພື່ອມອບແສງສະຫວ່າງ, ຮອຍຍິ້ມ ແລະ ໂອກາດສູ່ເດັກນ້ອຍ ແລະ ຊຸມຊົນໃນເຂດຫ່າງໄກສອກຫຼີກ ຜ່ານການລະດົມທຶນ, ມອບອຸປະກອນ ແລະ ລົງພື້ນທີ່ຕົວຈິງ.
ເປົ້າໝາຍການຊ່ວຍເຫຼືອ:
ໂຄມໄຟ SOLARO Home: 400 ດອກ
ທຶນສົມທົບກອງທຶນບໍລິຈາກ: 30,000,000 ກີບ (ຍອດຊ່ວຍເຫຼືອລວມຜ່ານມາສູງເຖິງ 186,000,000 ກີບ)

ວິທີການຮ່ວມປະກອບສ່ວນ (ເປີດຮັບນ້ຳໃຈຈາກ: ບຸກຄົນ, ຄອບຄົວ ແລະ ອົງກອນ):
ຮ່ວມບໍລິຈາກທຶນຊັບ ເພື່ອສົມທົບທຶນຊ່ວຍເຫຼືອ
ຮ່ວມບໍລິຈາກໂຄມໄຟໂຊລາເຊວ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນທີ່ຂາດເຂີນ
ຮ່ວມເປັນອາສາສະໝັກລົງພື້ນທີ່ ເພື່ອມອບຂອງ ແລະ ສ້າງສັນກິດຈະກຳຮ່ວມກັນໃນວັນທີ 27–28 ພະຈິກ 2026

