SCAN • PLAY • WIN ກັບ Laosway Events: ສະແກນລົງທະບຽນ ລຸ້ນສຸ່ມຜູ້ໂຊກດີ ໃນປະຊຸມປະຈຳອາທິດ

ສະບາຍດີ ທຸກທ່ານທີ່ເຂົ້າຮ່ວມກອງປະຊຸມປະຈຳອາທິດ! 🎉
Laosway Events ຂໍເຊີນທຸກທ່ານ ຮ່ວມກິດຈະກຳ SCAN • PLAY • WIN ລຸ້ນຂອງລາງວັນ ພ້ອມສຳຜັດລະບົບຈັດງານອີເວັ້ນຄົບວົງຈອນ ແບບດຽວກັບທີ່ແຂກໃນງານ ສັບປະດາດິຈິຕອນລາວ 2026 ໄດ້ໃຊ້ຢູ່ບູດ C7.
ພຽງແຕ່ສະແກນ QR ລົງທະບຽນເຂົ້າງານ ທ່ານກໍ່ມີລາຍຊື່ລຸ້ນເປັນຜູ້ໂຊກດີທັນທີ. ທ້າຍກິດຈະກຳ ເຮົາຈະສຸ່ມຜູ້ໂຊກດີສົດໆ ຕໍ່ໜ້າທຸກຄົນ ແລະ ທຸກທ່ານສາມາດສະແກນ QR ເບິ່ງຜົນການສຸ່ມໄດ້ທັນທີ ຜ່ານມືຖືຂອງຕົນເອງ.
ນີ້ແມ່ນຕົວຢ່າງຈິງ ທີ່ສະແດງໃຫ້ເຫັນວ່າ ການຈັດງານດ້ວຍລະບົບ ງ່າຍ, ໄວ ແລະ ໂປ່ງໃສ ແນວໃດ: ບໍ່ຕ້ອງຂຽນໃບລົງທະບຽນ, ບໍ່ຕ້ອງຈັບສະຫຼາກດ້ວຍເຈ້ຍ, ຜົນອອກທັນທີ ທຸກຄົນເຫັນພ້ອມກັນ.
ວິທີຮ່ວມກິດຈະກຳ (3 ຂັ້ນຕອນ)
1️⃣ ສະແກນ QR ລົງທະບຽນ: ກອກຊື່ ແລະ ເບີໂທ ໃຊ້ເວລາບໍ່ຮອດ 1 ນາທີ ຮັບບັດ QR ທັນທີ
2️⃣ ລໍຖ້າລຸ້ນ: ຜູ້ທີ່ລົງທະບຽນແລ້ວ ມີລາຍຊື່ລຸ້ນສຸ່ມຜູ້ໂຊກດີອັດຕະໂນມັດ
3️⃣ ສະແກນເບິ່ງຜົນສົດ: ທ້າຍກິດຈະກຳ ສະແກນ QR ເບິ່ງຜົນການສຸ່ມແບບທັນທີ ຖ້າມີຊື່ທ່ານ ມາຮັບລາງວັນໄດ້ເລີຍ!
ເງື່ອນໄຂ
ສະເພາະຜູ້ເຂົ້າຮ່ວມກອງປະຊຸມປະຈຳອາທິດ ວັນສຸກ ທີ 23 ຕຸລາ 2026
ຕ້ອງລົງທະບຽນຜ່ານ QR ໃຫ້ສຳເລັດ ກ່ອນເລີ່ມສຸ່ມ
1 ທ່ານ ລົງທະບຽນໄດ້ 1 ຄັ້ງ ແລະ ມີສິດລຸ້ນ 1 ສິດ
ຂອງລາງວັນ ບໍ່ສາມາດແລກເປັນເງິນສົດໄດ້