ກ່ຽວກັບງານ
ງານແຂ່ງຂັນເຕະບານມິດຕະພາບຂອງສິດເກົ່ານັກສຶກສາລາວ ທີ່ເຄີຍຮຽນຢູ່ມະຫາວິທະຍາໄລຊົນເຜົ່າກວາງຊີ (Guangxi Minzu University · 广西民族大学) ຈັດຂຶ້ນທຸກໆ 4 ປີ. ລົງເຕະນຳກັນ, ແລ້ວກິນເຂົ້າແລງສັງສັນຫຼັງການແຂ່ງຂັນ. ພາຄອບຄົວ ແລະ ໝູ່ເພື່ອນມາເຊຍນຳກັນໄດ້.
ວັນທີ: ວັນສຸກ 11 ທັນວາ 2026
ສະຖານທີ່: ເດີ່ນທະນົງອາດ
ເວລາ: 16:00–20:00
ວາລະງານ
ລຳດັບ | ກິດຈະກຳ | ໝາຍເຫດ |
|---|---|---|
1 | ລົງທະບຽນ ແລະ ຮັບເສື້ອນັກກິລາ | ເວລາຈະແຈ້ງຕື່ມ |
2 | ພິທີເປີດ ແລະ ຖ່າຍຮູບໝູ່ | |
3 | ການແຂ່ງຂັນເຕະບານມິດຕະພາບ | ຮູບແບບການແຂ່ງຂັນຈະແຈ້ງຕື່ມ |
4 | ກິນເຂົ້າແລງສັງສັນ | ສະຖານທີ່ຈະແຈ້ງຕື່ມ |
ປະເພດການລົງທະບຽນ
ປະເພດ | ລາຄາ | ສິ່ງທີ່ໄດ້ຮັບ | ປິດຮັບ |
|---|---|---|---|
1. ຜູ້ເຂົ້າຮ່ວມຊົມ | 128,000 ກີບ / ຄົນ | ເຂົ້າຊົມ ແລະ ເຊຍການແຂ່ງຂັນ | 30 ພະຈິກ 2026 |
2. ນັກກິລາ | 198,000 ກີບ / ຄົນ | ລົງແຂ່ງຂັນເຕະບານ, ເສື້ອກິລາ 1 ໂຕ | 30 ພະຈິກ 2026 |
3. ຜູ້ສະໜັບສະໜູນ | 2 – 6 ລ້ານກີບ | ເບິ່ງແພັກເກດສະປອນເຊີດ້ານລຸ່ມ | 30 ພະຈິກ 2026 |
ນັກກິລາເລືອກໄຊ້ເສື້ອ (S, M, L, XL, 2XL, 3XL) ຕອນລົງທະບຽນ.
ແພັກເກດຜູ້ສະໜັບສະໜູນ
ແພັກເກດ | ສິດປະໂຫຍດ |
|---|---|
6,000,000 ກີບ | ໂຄສະນາລົງເພຈ Facebook ແລະ TikTok · ລິ້ງເວັບໄຊ · ພາທີມງານເຂົ້າຮ່ວມ ແລະ ວາງສະແດງ ພື້ນທີ່ 2×2 ແມັດ (ເອົາໂຕ໊ະ ແລະ ອຸປະກອນມາເອງ) · ເອັກສະແຕນ 2 ອັນ · ໂລໂກ້ເທິງເສື້ອກິລາ |
4,000,000 ກີບ | ໂຄສະນາລົງເພຈ Facebook ແລະ TikTok · ຂາເອັກສະແຕນ · ລິ້ງເວັບໄຊ · ໂລໂກ້ເທິງເສື້ອກິລາ |
2,000,000 ກີບ | ໂຄສະນາລົງເພຈ Facebook ແລະ TikTok · ຂາເອັກສະແຕນ 1 ອັນ · ໂລໂກ້ເທິງເສື້ອກິລາ |
ກຳນົດສົ່ງສື່ສິ່ງພິມ: ໂລໂກ້ ແລະ ໄຟລ໌ໂຄສະນາສຳລັບສື່ສິ່ງພິມ (ເສື້ອກິລາ, ເອັກສະແຕນ) ຕ້ອງສົ່ງໃຫ້ທີມງານ ບໍ່ເກີນວັນທີ 20 ພະຈິກ 2026. ຖ້າສົ່ງຫຼັງວັນທີນີ້ ຈະໄດ້ຮັບແຕ່ການໂຄສະນາທາງອອນລາຍ (Facebook, TikTok ແລະ ລິ້ງເວັບໄຊ).
ຮູບແບບການແຂ່ງຂັນ ແລະ ສະຖານທີ່ກິນເຂົ້າ ຈະອັບເດດເພີ່ມໃນໜ້ານີ້.
ບັນຍາກາດງານຄັ້ງທີ່ຜ່ານມາ
ງານແຂ່ງຂັນຄັ້ງກ່ອນ ສະເຫຼີມສະຫຼອງ 70 ປີ ມະຫາວິທະຍາໄລຊົນເຜົ່າກວາງຊີ




