BNI School Donation

ຮ່ວມເປັນສ່ວນໜຶ່ງໃນການຊ່ວຍເຫຼືອ ແລະ ພັດທະນາໂຮງຮຽນໃຫ້ນ້ອງໆ ທີ່ໂຮງຮຽນກາສີ ເພື່ອສ້າງສະພາບແວດລ້ອມການຮຽນຮູ້ທີ່ດີຂຶ້ນ!

Fee
Free
Starts
October 12, 2026 – October 21, 2026
Venue
ໂຮງຮຽນກາສີ
ນະຄອນຫຼວງວຽງຈັນ, ສປປ ລາວ

BNI School Donation Activity

ໂຄງການນີ້ຈັດຂຶ້ນເພື່ອລະດົມທຶນ ແລະ ຊ່ວຍເຫຼືອໃນການປັບປຸງຕໍ່ເຕີມ, ສ້ອມແປງອາຄານສະຖານທີ່ ພ້ອມທັງຈັດຊື້ອຸປະກອນທີ່ຈຳເປັນ ເພື່ອສ້າງໂຄງສ້າງພື້ນຖານ ແລະ ສະພາບແວດລ້ອມທີ່ປອດໄພ ເໝາະສົມແກ່ການຮຽນຮູ້ຂອງນ້ອງໆນັກຮຽນທີ່ໂຮງຮຽນກາສີ ໃຫ້ມີຄວາມເປັນຢູ່ ແລະ ໂອກາດທີ່ດີຂຶ້ນ.

ສະຖານະການລະດົມທຶນ:

  • ເປົ້າໝາຍງົບປະມານທັງໝົດ: 80,000,000 ກີບ

  • ຍອດເງິນທີ່ລະດົມໄດ້ແລ້ວ: 39,000,000 ກີບ

  • ຍອດເງິນທີ່ຍັງຕ້ອງການເພີ່ມຕື່ມ: 41,000,000 ກີບ

  • ກຳນົດເວລາຮັບບໍລິຈາກທຶນຊັບພະຍາກອນ: ພາຍໃນວັນທີ 14 ຕຸລາ 2026

ການຈັດສັນງົບປະມານ ແລະ ການດຳເນີນງານ:

ເງິນທຶນທັງໝົດທີ່ໄດ້ຮັບຈາກການບໍລິຈາກ ຈະຖືກນຳໄປ ຈັດຊື້ວັດສະດຸກໍ່ສ້າງ ແລະ ອຸປະກອນຕ່າງໆທີ່ຈຳເປັນ ໂດຍມີພໍ່ແມ່ປະຊາຊົນ ແລະ ຊາວບ້ານໃນພື້ນທີ່ ເປັນຜູ້ລົງມືປະຕິບັດການກໍ່ສ້າງ ແລະ ປັບປຸງຕົວຈິງ.

ການບໍລິຈາກສິ່ງຂອງ ແລະ ອຸປະກອນອື່ນໆ:

ນອກເໜືອຈາກການລະດົມທຶນເປັນງົບປະມານແລ້ວ, ຖ້າຫາກທ່ານໃດ ຫຼື ບໍລິສັດໃດ ທີ່ມີຄວາມປະສົງຢาก ບໍລິຈາກເຄື່ອງໃຊ້, ອຸປະກອນການຮຽນ, ເຄື່ອງກິລາ ຫຼື ວັດສະດຸອຸປະກອນອື່ນໆ ທີ່ເປັນປະໂຫຍດຕໍ່ໂຮງຮຽນ ແລະ ນ້ອງໆນັກຮຽນ ສາມາດຕິດຕໍ່ສອບຖາມ ແລະ ພົວພັນກັບຜູ້ປະສານງານໂຄງການໄດ້ໂດຍກົງເລີຍເຈົ້າ.

Donations

LAK 4,000,000

2 donor(s)

10% of the LAK 41,000,000 goal

Donate